ຕາປະຈຳຊາດລາວ
From Wikipedia
ເຄື່ອງໝາຍຊາດຂອງສາທາລະນະລັດປະຊາທິປະໄຕປະຊາຊົນລາວ ແຕ່ເດີມເຄື່ອງໝາຍຊາດ ດ້ານລຸ່ມມີຮູບເຄິ່ງກົງຈັກເປັນແຂ້ວ ແລະໂບສີແດງຂຽນອັກສອນສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ,ສອງຂ້າງອ້ອມດ້ວຍຮວງເຂົ້າສຸກເປັນຮູບເຟື້ອງພະຈັນແລະໂບສີແດງຂຽນອັກສອນສັນຕິພາບ,ເອກະລາດ,ປະຊາທິປະໄຕ,ເອກະພາບ,ວັດທະນາຖາວອນ. ລະຫວ່າງກາງຂອງສອງປາຍຮວງເຂົ້າ ມີຮູບຄ້ອນຄຽວ ດາວ,ເສົາໄຟຟ້າ,ຢູ່ກາງຮູບວົງມົນມີຫົນທາງ,ທົ່ງນາ,ປ່າໄມ້ແລະເຂື່ອນໄຟຟ້ານໍ້າຕົກ ແຕ່ໃນປີ 1991 ລາວໄດ້ນຳໃຊ້ນະໂຍບາຍ ຈິນຕະນາການໃໝ່ ຈື່ງົດ້ປ່ຽນຈາກຮູບຄ້ອນຄຽວ ດາວ ແລະເສົາໄຟຟ້າ ເປັນຮູບພະທາດຫລວງວຽງຈັນແທນ.